ກ່ຽວກັບ

ແຫຼ່ງລວມຄວາມຮູ້ ALiSEA ເປັນເວທີອອນລາຍທີ່ເປີດກ້ວາງໃຫ້ທຸກຄົນເຂົ້າເຖິງໄດ້ຢ່າງເສລີ, ເຊິ່ງໄດ້ລວບລວມ ແລະ ແບ່ງປັນແຫຼ່ງຄວາມຮູ້, ຄວາມຊຳນານ ແລະ ຂໍ້ມູນການຈັດຕັ້ງປະຕິບັດກ່ຽວກັບນິເວດກະສິກຳໃນພາກພື້ນແມ່ນ້ຳຂອງ. ສະໜອງການລວບລວມບັນດາຜະລິດຕະພັນຄວາມຮູ້, ຫ້ອງສະໝຸດເອກະສານ, ແຜນທີ່, ການສະແດງຂໍ້ມູນ, ແລະ ບັນດາລາຍຊື່ຜູ້ຊ່ຽວຊານດ້ານຕ່າງໆ ທີ່ກ່ຽວຂ້ອງກັບລະບົບນິເວດກະສິກຳເຊິ່ງມີເນື້ອຫາເປັນພາສາອັງກິດ ແລະ ພາສາທ້ອງຖິ່ນ.

ສະພາບການ

ອຸປະສັກທີ່ສໍາຄັນໃນການພັດທະນາລະບົບນິເວດກະສິກຳໃນພາກພື້ນແມ່ນ້ຳຂອງ ແມ່ນການຂາດຫຼັກຖານຢັ້ງຢືນກ່ຽວກັບຜົນປະໂຫຍດທີ່ໄດ້ຮັບຈາກການຈັດຕັ້ງປະຕິບັດຜ່ານວິທີການນິເວດກະສິກຳ, ສິ່ງນີ້ສ້າງຄວາມຫຍຸ້ງຍາກຕໍ່ການສ້າງຄວາມໜ້າເຊື່ອຖືແກ່ຜູ້ທີ່ກໍານົດນະໂຍບາຍ, ຜູ້ບໍລິໂພກ ແລະ ຊາວກະສິກອນ. ການຂາດແຄນເອກະສານເປັນພາສາທ້ອງຖິ່ນ ຍັງເປັນຂໍ້ຄົງຄ້າງໃນການເຜີຍແຜ່ ແລະ ຄວາມເຂົ້າໃຈກ່ຽວກັບນິເວດກະສິກຳ, ເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ລັງເລທີ່ຈະນຳເອົາວິທີການນິເວດກະສິກຳ ເປັນແນວທາງສູ່ການພັດທະນາແບບຍືນຍົງ.

ຈຸດປະສົງ

ແຫຼ່ງລວມຄວາມຮູ້ ALiSEA ມີຈຸດປະສົງເພື່ອໃຫ້ກາຍເປັນຈຸດສູນລວມຄວາມຮູ້ ກ່ຽວກັບນິເວດກະສິກຳໃນພາກພື້ນແມ່ນ້ຳຂອງ. ໂດຍມຸ່ງເນັ້ນທີ່ຈະອຳນວຍຄວາມສະດວກໃນການແບ່ງປັນຄວາມຮູ້ ແລະ ສ້າງຄວາມເຂົ້າໃຈຈາກປະສົບການ ແລະ ຂໍ້ມູນແບບເຈາະເລິກໃນຂັ້ນທ້ອງຖິ່ນ ແລະ ລະດັບຊາດ. ໂດຍການສົ່ງເສີມທີ່ຫຼາກຫຼາຍແຫຼ່ງຄວາມຮູ້, ແຫຼ່ງລວມຄວາມຮູ້ນີ້ມີຈຸດປະສົງທີ່ຈະສ້າງແຮງບັນດານໃຈໃຫ້ຜູ້ມີສ່ວນທີ່ກ່ຽວຂ້ອງ ແລະ ສົ່ງເສີມການສ້າງເຄືອຂ່າຍກັບທຸກຄົນທີ່ມີຄວາມສົນໃຈ ຫຼື ກ່ຽວຂ້ອງກັບນິເວດກະສິກຳ.

ໂຄງສ້າງ

ແຫຼ່ງລວມຄວາມຮູ້ ALiSEA ປະກອບມີ 05 ໜ້າຫຼັກ, ແຕ່ລະໜ້າ ຈະສະໜອງປະເພດຄວາມຮູ້ສະເພາະ:

  • ຂໍ້ມູນແບບເຈາະເລິກ: ໜ້ານີ້ແມ່ນການລວບລວມເອົາບັນດາ ບົດຫຍໍ້, ແຜ່ນພັບດ້ານເຕັກນິກ ແລະ ວິດີໂອ ກ່ຽວຂ້ອງກັບນິເວດກະສິກຳ. ຂໍ້ມູນແບບເຈາະເລິກນີ້ ສາມາດຄົ້ນຫາໄດ້ຕາມປະເພດ, ປະເທດ ແລະ ຫົວຂໍ້ທີ່ລະບຸ. ຂໍ້ມູນແບບເຈາະເລິກບາງອັນ ກໍມີການອ້າງອີງພິກັດພູມິສາດ ແລະ ສາມາດເບິ່ງໄດ້ໃນເຄື່ອງມືສຳຫຼວດແຜນທີ່ (ເບິ່ງຂ້າງລຸ່ມ).
  • ຫ້ອງສະໝຸດ: ນີ້ແມ່ນການລວບລວມເອົາບັນດາ ບົດຄວາມ, ບົດລາຍງານ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກ່ຽວກັບນິເວດກະສິກຳ ແລະ ຫົວຂໍ້ທີ່ປິ່ນອ້ອມຕ່າງໆ. ໂດຍຖືກເກັບໄວ້ໃນຖານຂໍ້ມູນ CKAN ທີ່ຈັດເປັນຊຸດຂໍ້ມູນໄວ້. ແຕ່ລະຊຸດຂໍ້ມູນນັ້ນ ປະກອບມີໜຶ່ງ ຫຼື ຫຼາຍໆເອກະສານ. ເຄື່ອງຄົ້ນຫາ ຈະຊ່ວຍໃຫ້ຜູ້ໃຊ້ສາມາດຊອກຫາເອກະສານໄດ້ຢ່າງມີປະສິດທິພາບ.
  • ສຳຫຼວດແຜນທີ່: ເປັນການເຊື່ອມໂຍງກັບແຜນທີ່ພູມີສາດ ເຊິ່ງຊ່ວຍໃຫ້ຜູ້ໃຊ້ສາມາດສະແດງຂໍ້ມູນພື້ນທີ່ຕ່າງໆ, ເຊິ່ງປະກອບມີ ຊັ້ນຂອງຂໍ້ມູນ (ເປັນຕົ້ນແມ່ນ: ປະເພດການປົກຫຸ້ມຂອງດິນ, ການເຊື່ອມໂຊມຂອງທີ່ດິນ, ການປົກຫຸ້ມຂອງປ່າໄມ້ ແລະ ອື່ນໆ) ແລະ ຊັ້ນຂອງຂໍ້ມູນຂອງ ALiSEA (ເປັນຕົ້ນແມ່ນ: ທີ່ຕັ້ງຂອງໂຄງການລິເລີ່ມ ແລະ ຜູ້ຈັດຕັ້ງປະຕິບັດວິທີການນິເວດກະສິກຳ).
  • ຖານຂໍ້ມູນ: ນີ້ແມ່ນເຄື່ອງມືເພື່ອສະແດງຜົນການຄົ້ນຄວ້າທີ່ໂດດເດັ່ນ ແລະ ຂໍ້ມູນທີ່ສັບຊ້ອນ ແຕ່ສາມາດເຂົ້າໃຈໄດ້ງ່າຍ. ແຕ່ລະຖານຂໍ້ມູນປະກອບມີ: ເສັ້ນສະແດງ ຫຼື ຮູບພາບ ແລະ ຂໍ້ຄວາມສັ້ນ ເຊິ່ງທັງສອງແມ່ນຕໍ່ເນື່ອງກັບຂໍ້ມູນທີ່ສຳຄັນ ແລະ ຂໍ້ມູນແທ້ຈິ່ງທີ່ໜ້າສົນໃຈກ່ຽວກັບນິເວດກະສິກຳ.
  • ຜູ້ຊ່ຽວຊານ: ນີ້ແມ່ນຖານຂໍ້ມູນຂອງຜູ້ຊ່ຽວຊານນິເວດກະສິກຳໃນພາກພື້ນແມ່ນ້ຳຂອງ. ຖານຂໍ້ມູນນີ້ມີຈຸດປະສົງເພື່ອສົ່ງເສີມການແລກປ່ຽນ ແລະ ການສ້າງເຄືອຂ່າຍລະຫວ່າງຜູ້ຊ່ຽວຊານຈາກພາກສ່ວນຕ່າງໆຂອງພາກພື້ນ ແລະ ຈາກສາຂາວິຊາການຕ່າງໆ. ສະມາຊິກ ALiSEA ຫຼື ບໍ່ແມ່ນສະມາຊິກ ກໍສາມາດລົງທະບຽນໃນຖານຂໍ້ມູນນີ້ໄດ້.

ການເຂົ້າເຖິງ

ແຫຼ່ງລວມຄວາມຮູ້ ALiSEA ແມ່ນເປັນແຫຼ່ງຄວາມຮູ້ ທີ່ເຂົ້າເຖິງໄດ້ແບບເປີດສາທາລະນະ ໂດຍໄດ້ລວບລວມເອົາບັນດາຄວາມຮູ້ທີ່ຫຼາກຫຼາຍປະເພດ, ມີທັງບົດຄວາມທາງວິທະຍາສາດ, ບົດສຳພາດ, ແຜ່ນຂໍ້ມູນກ່ຽວກັບຈັດຕັ້ງການປະຕິບັດທີ່ດີ, ປະສົບການຈາກຜູ້ທີ່ໄດ້ຈັດຕັ້ງປະຕິບັດ ແລະ ບົດຂັດຫຍໍ້ດ້ານນະໂຍບາຍ ເຊິ່ງປະກອບສ່ວນຈາກທັງສະມາຊິກອາລິເຊຍ ແລະ ພາຍນອກ. ໂດຍເນື້ອຫາສ່ວນໃຫຍ່ແມ່ນເປັນພາສາອັງກິດ ແຕ່ບາງເອກະສານກໍມີການແປໃນພາສາທ້ອງຖິ່ນອີກດ້ວຍ.

ຜູ້ປະກອບສ່ວນ

ແຫຼ່ງລວມຄວາມຮູ້ ALiSEA ໄດ້ຖືກພັດທະນາຂຶ້ນພາຍໃຕ້ແຜນງານຂອງໂຄງການ ປັບປຸງລະບົບນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານ (ASSET) (2020 – 2025) ແລະ ແຜງານສົ່ງເສີມນິເວດກະສິກຳ (APP; 2024 – 2028) ໂດຍການຮ່ວມມືກັບ CDE, GRET, CIRAD, ແລະ Mediaseeds. ແຫຼ່ງລວມຄວາມຮູ້ຖືກຄຸ້ມຄອງໂດຍຫ້ອງການປະສານງານພາກພື້ນ ALiSEA ໂດຍໄດ້ຮັບການສະໜັບສະໜູນທຶນຈາກ AFD, EU, FFEM, ແລະ SDC (ໂລໂກ້ ແລະ ລິ້ງຂ້າງລຸ່ມ).