ຂໍ້ມູນແບບເຈາະເລິກ

ຊຸດຜະລິດຕະພັນຫຼັກຂອງພວກເຮົາ – ລວມມີບົດສະຫຼຸບ, ແຜ່ນພັບວິຊາການ, ຄູ່ມື ແລະ ວິດີໂອ – ໃຫ້ຄວາມເຂົ້າໃຈກ່ຽວກັບດ້ານຕ່າງໆຂອງການປ່ຽນແປງທາງນິເວດກະສິກຳ ແລະ ວິທີການສະໜັບສະໜູນໃນລະດັບການຈັດຕັ້ງປະຕິບັດຕົວຈິງ ແລະ ນະໂຍບາຍ. ALiSEA ຍິນດີຮັບເອົາການປະກອບສ່ວນຈາກສະມາຊິກ, ຄູ່ຮ່ວມງານ ຫຼື ຜູ້ທີ່ສົນໃຈໃນການພັດທະນາຄວາມຮູ້ດ້ານນິເວດກະສິກຳ

    ການເພີ່ມສະມັດຕະພາບການຜະລິດຕໍ່ເນື້ອທີ່ດິນປູກເຂົ້ານາ: ໃນການປະສົມປະສານລະຫວ່າງ ປູກພືດລະແລ້ງ ແລະ ລ້ຽງເປັດໃນນາເຂົ້າ

    ການປູກເຂົ້ານາ ປະສົມປະສານກັບການລ້ຽງເປັດ ແລະ ປູກ ພືດລະດູແລ້ງ ໃນນາເຂົ້າ ແມ່ນວິທີການໜຶ່ງ ທີ່ສົ່ງສົ່ ຜົນເຮັດ ໃຫ້ການຜະລິດທີ່ຍືນຍົງ, ເຊີ່ງສາມາດເພີ່ມຜົນຜະລິດເຂົ້ານາ ຈາກການໄດ້ຮັບຝຸ່ນທຳມະຊາດ, ສ້າງລາຍຮັບຈາກການເຮັດ ຫຼາຍກິດຈະກຳໃນພື້ນທີ່ດຍວກັນ ແລະ ມີການປັບປຸງດິນໄປ ພ້ອມ ຈາກການນຳໃຊ້ຝຸ່ນຂຽວຈາກພືດຕະກຸນຖົ່ວ ແລະ ຝຸ່ນຈາກເປັດ. ລະບົບນີ້ຍັງເປັນການຫຼຸດຜ່ອນ ແຮງງານໃນ ການຄວບຄູມຫຍ້າ, ຫຼຸດຜ່ອນສັດຕູພືດ ແລະ ຫຼຸດຜ່ອນ ການນຳໃຊ້ສານເຄມີໃນນາເຂົ້າ ລວມທັງຫຼຸດຜ່ອນຕົ້ນທຶນ ການຜະລິດເຂົ້ານາໄດ້ອີກດ້ວຍ.

    English Lao
    ການຄຸ້ມຄອງຊັບພະຍາກອນທຳມະຊາດ
    ສຸຂະພາບສັດ
    ລະບົບແບບປະສົມປະສານ
    Input reduction and recycling - la

    ເຕົາເຜົາອະເນກປະສົງ ຖ່ານຊີວະພາບ (Biochar) ແລະ ນ້ຳສົ້ມຄວັນໄມ້

    ຊຸດຂໍ້ມູນນີ້ແມ່ນໄດ້ນຳສະເໜີ “ເຕົາເຜົາແບບອະເນກປະສົງ ຖ່ານຊີວະພາບ ແລະ ນ້ຳສົ້ມຄວັນໄມ້”, ເຊິ່ງເປັນການອອກແບບທີ່ສາມາດນຳໃຊ້ໄດ້ຈິງ ແລະ ມີປະສິດທິພາບ ທີ່ຊ່ວຍໃຫ້ກະສິກອນຂະໜາດນ້ອຍສາມາດຜະລິດທັງຖ່ານຊີວະພາບ ແລະ ນ້ຳສົ້ມຄວັນໄມ້ຈາກສິ່ງເສດເຫຼືອທາງກະສິກຳ. ໂດຍໄດ້ພັດທະນາຂຶ້ນທີ່ສູນຮຽນຮູ້ ECHO Asia ໃນຈັງຫວັດຊຽງໃໝ່, ປະເທດໄທ, ເຕົາເຜົານີ້ສາມາດສະໜັບສະໜູນການຈັດຕັ້ງປະຕິບັດກະສິກຳແບບຍືນຍົງ. ການລິເລີ່ມນີ້ເປັນສ່ວນໜຶ່ງຂອງກອງທຶນຂະໜາດນ້ອຍອາລິເຊຍ 2023, ເຊິ່ງມີຈຸດປະສົງເພື່ອເສີມສ້າງເຄືອຂ່າຍຜູ້ຜະລິດຖ່ານຊີວະພາບທົ່ວພາກພື້ນ.

    English Khmer Lao Vietnamese
    ສຸຂະພາບຂອງດິນ
    ຄວາມຮູ້ ແລະ ຄຸນຄ່າ
    Input reduction and recycling - la

    ສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມໃນກະສິກຳນິເວດ ຜ່ານໂຄງການ Youth Agroecology Caravan (YAC) ໃນກຳປູເຈຍ

    ເອກະສານບົດຮຽນນີ້ນຳສະເໜີວ່າໂຄງການ Youth Agroecology Caravan (YAC) ຊ່ວຍເສີມສ້າງການມີສ່ວນຮ່ວມຂອງຊາວໜຸ່ມໃນກະສິກຳນິເວດ ຜ່ານການຮຽນຮູ້ຈາກພາກສະໜາມ, ການຮຽນຮູ້ຮ່ວມກັນ ແລະ ການແລກປ່ຽນຄວາມຮູ້. ໂຄງການນີ້ຊ່ວຍໃຫ້ຊາວກະສິກອນຫນຸ່ມ, ນັກສຶກສາ ແລະ ຜູ້ປະກອບວຽກດ້ານກະສິກຳ ພັດທະນາທັກສະປະຕິບັດ, ຂະຫຍາຍເຄືອຂ່າຍຄວາມຮ່ວມມື ແລະ ນຳໃຊ້ນະວັດຕະກຳດ້ານກະສິກຳນິເວດໃນຊຸມຊົນຂອງຕົນ. ບົດຮຽນນີ້ຍັງສະທ້ອນໃຫ້ເຫັນຄວາມສຳຄັນຂອງການຮຽນຮູ້ຜ່ານປະສົບການໃນການສົ່ງເສີມກະສິກຳທີ່ຍືນຍົງສຳລັບຄົນຮຸ່ນໃໝ່.

    English
    ທຶນ
    ການຮ່ວມມື
    ເສດຖະກິດ ແລະ ລາຍຮັບ
    ລະບົບອາຫານທີ່ຍືນຍົງ
    ຄວາມຮູ້ ແລະ ຄຸນຄ່າ

    ໂຄງການຄາຣາວານກະສິນິເວດສຳລັບເຢົາວະຊົນ (YAC): ການຫຼຸດຜ່ອນການໃຊ້ສານເຄມີ ແລະ ການເພີ່ມຄວາມຫຼາກຫຼາຍໃນຟາມ ຢູ່ກຳປູເຈຍ

    ຊຸດຂໍ້ມູນນີ້ປະກອບດ້ວຍວິດີໂອສັ້ນ 2 ລາຍການ ທີ່ຈັດເຮັດຂຶ້ນພາຍໃຕ້ ໂຄງການຄາຣາວານກະສິນິເວດສຳລັບເຢົາວະຊົນ (Youth Agroecology Caravan – YAC) ໃນກຳປູເຈຍ ເຊິ່ງເປັນການຮຽນຮູ້ແບບພາກສະໜາມ ເພື່ອສະໜັບສະໜູນເຢົາວະຊົນ ແລະ ຊາວກະສິກອນໃຫ້ເຂົ້າໃຈແນວທາງກະສິນິເວດ ຜ່ານການເຂົ້າຢ້ຽມຊົມຟາມ ແລະ ການແລກປ່ຽນປະສົບການ ວິດີໂອເຫຼົ່ານີ້ກ່ຽວຂ້ອງກັບຫົວຂໍ້ສຳຄັນໃນການຝຶກອົບຮົມ ເຊັ່ນ ການຫຼຸດຜ່ອນການໃຊ້ສານເຄມີ ການນຳໃຊ້ຊັບພະຍາກອນໃນຟາມ ແລະ ການເພີ່ມຄວາມຫຼາກຫຼາຍໃນລະບົບການຜະລິດ ເພື່ອສະໜັບສະໜູນການກະສິກຳ ແລະ ຊີວິດຄວາມເປັນຢູ່ທີ່ຍືນຍົງ

    English Khmer
    ຄວາມຮູ້ ແລະ ຄຸນຄ່າ
    Input reduction and recycling - la

    ໂຄງການຄາຣາວານກະສິນິເວດສຳລັບເຢົາວະຊົນ (YAC): ການຫຼຸດຜ່ອນການໃຊ້ສານເຄມີ ແລະ ການເພີ່ມຄວາມຫຼາກຫຼາຍໃນຟາມ ຢູ່ກຳປູເຈຍ

    ຊຸດຂໍ້ມູນນີ້ປະກອບດ້ວຍວິດີໂອສັ້ນ 2 ລາຍການ ທີ່ຈັດເຮັດຂຶ້ນພາຍໃຕ້ ໂຄງການຄາຣາວານກະສິນິເວດສຳລັບເຢົາວະຊົນ (Youth Agroecology Caravan – YAC) ໃນກຳປູເຈຍ ເຊິ່ງເປັນການຮຽນຮູ້ແບບພາກສະໜາມ ເພື່ອສະໜັບສະໜູນເຢົາວະຊົນ ແລະ ຊາວກະສິກອນໃຫ້ເຂົ້າໃຈແນວທາງກະສິນິເວດ ຜ່ານການເຂົ້າຢ້ຽມຊົມຟາມ ແລະ ການແລກປ່ຽນປະສົບການ ວິດີໂອເຫຼົ່ານີ້ກ່ຽວຂ້ອງກັບຫົວຂໍ້ສຳຄັນໃນການຝຶກອົບຮົມ ເຊັ່ນ ການຫຼຸດຜ່ອນການໃຊ້ສານເຄມີ ການນຳໃຊ້ຊັບພະຍາກອນໃນຟາມ ແລະ ການເພີ່ມຄວາມຫຼາກຫຼາຍໃນລະບົບການຜະລິດ ເພື່ອສະໜັບສະໜູນການກະສິກຳ ແລະ ຊີວິດຄວາມເປັນຢູ່ທີ່ຍືນຍົງ

    English Khmer
    ຄວາມຮູ້ ແລະ ຄຸນຄ່າ
    Input reduction and recycling - la

    Growing seedlings in Ha Nam Province, Viet Nam

    An technical guide explaining step by step nursery practices for cultivating healthy seedlings.

    English Vietnamese
    ການບໍລິຫານຈັດການແນວພັນ
    Input reduction and recycling - la