Leaflets – Lao

Important and key agroecological techniques, described step by step.

    ເຕົາເຜົາອະເນກປະສົງ ຖ່ານຊີວະພາບ (Biochar) ແລະ ນ້ຳສົ້ມຄວັນໄມ້

    ຊຸດຂໍ້ມູນນີ້ແມ່ນໄດ້ນຳສະເໜີ “ເຕົາເຜົາແບບອະເນກປະສົງ ຖ່ານຊີວະພາບ ແລະ ນ້ຳສົ້ມຄວັນໄມ້”, ເຊິ່ງເປັນການອອກແບບທີ່ສາມາດນຳໃຊ້ໄດ້ຈິງ ແລະ ມີປະສິດທິພາບ ທີ່ຊ່ວຍໃຫ້ກະສິກອນຂະໜາດນ້ອຍສາມາດຜະລິດທັງຖ່ານຊີວະພາບ ແລະ ນ້ຳສົ້ມຄວັນໄມ້ຈາກສິ່ງເສດເຫຼືອທາງກະສິກຳ. ໂດຍໄດ້ພັດທະນາຂຶ້ນທີ່ສູນຮຽນຮູ້ ECHO Asia ໃນຈັງຫວັດຊຽງໃໝ່, ປະເທດໄທ, ເຕົາເຜົານີ້ສາມາດສະໜັບສະໜູນການຈັດຕັ້ງປະຕິບັດກະສິກຳແບບຍືນຍົງ. ການລິເລີ່ມນີ້ເປັນສ່ວນໜຶ່ງຂອງກອງທຶນຂະໜາດນ້ອຍອາລິເຊຍ 2023, ເຊິ່ງມີຈຸດປະສົງເພື່ອເສີມສ້າງເຄືອຂ່າຍຜູ້ຜະລິດຖ່ານຊີວະພາບທົ່ວພາກພື້ນ.

    English Khmer Lao Vietnamese
    ສຸຂະພາບຂອງດິນ
    ຄວາມຮູ້ ແລະ ຄຸນຄ່າ
    Input reduction and recycling - la

    Growing seedlings in Ha Nam Province, Viet Nam

    An technical guide explaining step by step nursery practices for cultivating healthy seedlings.

    English Vietnamese
    ການບໍລິຫານຈັດການແນວພັນ
    Input reduction and recycling - la

    ເຕັກນິກການປູກຜັກແບບຍືນຍົງ

    ເອກະສານສະບັບນີ້ໄດນຳສະເໜີແນວທາງການຈັດຕັ້ງປະຕິບັດກ່ຽວກັບການປູກຜັກອິນຊີຢູ່ແຂວງຊຽງຂວາງ, ສປປ ລາວ. ໂດຍເນື້ອໃນໄດ້ອະທິບາຍເຖິງສະພາບພູມອາກາດເຂດຮ້ອນຊຸ່ມຂອງທ້ອງຖິ່ນ ແລະ ກໍານົດວິທີການປັບປຸງຄວາມອຸດົມສົມບູນ ແລະ ໂຄງສ້າງຂອງດິນໂດຍການໃຊ້ຝຸ້ນບົ່ມຊີວະພາບ ແລະ ເສດພືດ, ການຈັດການສັດຕູພືດດ້ວຍການຕາກແດດ ແລະ ວິທີການລະບາຍນໍ້າ ແລະ ຄວາມຊຸ່ມທີ່ເໝາະສົມ. ເນື້ອໃນຍັງອະທິບາຍເຖິງເຕັກນິກການກະກຽມໜາກປຸກສອງແບບ, ການປັບປຸງດິນຕາມລະດູການ, ການຄຸມດິນເພື່ອກໍາຈັດວັດຊະພືດ ແລະ ຮັກສາຄວາມຊຸ່ມ ແລະ ການໃຫ້ນໍ້າທີ່ເໝາະກັບສະພາບລະດູການ. ຄູ່ມືດັ່ງກ່າວຍັງກວມເອົາການໃສ່ຝຸ່ນອິນຊີ, ການໝູນວຽນພືດເພື່ອຫຼຸດຜ່ອນສັດຕູພືດ ແລະ ພະຍາດ, ວິທີການຫວ່ານແນວພັນ ແລະ ການຍ້າຍກ້າ, ການປູກພືດລວມ ເພື່ອຄວາມຍືນຍົງ ແລະ ວິທີປະຕິບັດທີ່ດີທີ່ສຸດໃນການເກັບກ່ຽວເພື່ອຮັກສາຄວາມສົດຂອງຜັກ.

    English Lao
    ການບໍລິຫານຈັດການແນວພັນ
    ລະບົບແບບປະສົມປະສານ
    Input reduction and recycling - la

    ການຜະລິດແນວພັນໝາກແຕງກວາ

    ເອກະສານແຜ່ນພັບດ້ານວິຊາການສະບັບເດືອນມິຖຸນາ 2025 ນີ້ນຳສະເໜີວິທີການຜະລິດແນວພັນໝາກແຕງກວາຂອງບ້ານສວນອາຍອຸ່ນ. ເອກະສານໄດ້ອະທິບາຍເຖິງວິທີການຜະລິດແນວພັນເພື່ອຊ່ວຍຫຼຸດຜ່ອນຕົ້ນທຶນ, ຮັກສາແນວພັນດັ້ງເດີມ ແລະ ປັບປຸງຄຸນນະພາບ. ຄູ່ມືດັ່ງກ່າວໃຫ້ລາຍລະອຽດກ່ຽວກັບສະພາບການປູກທີ່ເໝາະສົມທີ່ສຸດ, ການກຽມດິນ, ການປູກ, ການໃຫ້ນ້ຳ, ການຈັດການສັດຕູພືດ ແລະ ວິທີການເກັບແນວພັນ ໂດຍໄດ້ຜົນຜະລິດ 100–150 ເມັດຕໍ່ໜຶ່ງໝາກ. ໃນເອກະສານໄດ້ເນັ້ນໃສ່ການໃຊ້ຝຸ່ນອິນຊີ, ການປ້ອງກັນສັດຕູພືດ, ການເກັບກ່ຽວໝາກທີ່ສຸກເຕັມທີ່ ແລະ ການເກັບຮັກສາແນວພັນຢ່າງຖືກຕ້ອງ ເພື່ອຮັບປະກັນຄວາມຍືນຍົງ ແລະ ຄວາມຫຼາກຫຼາຍຂອງແນວພັນທ້ອງຖິ່ນ.

    English Lao
    ການບໍລິຫານຈັດການແນວພັນ
    ໂພຊະນາການ ແລະ ສຸຂະພາບ
    ລະບົບອາຫານທີ່ຍືນຍົງ
    ສຸຂະພາບຂອງດິນ