ເອກະສານສະບັບນີ້ໄດນຳສະເໜີແນວທາງການຈັດຕັ້ງປະຕິບັດກ່ຽວກັບການປູກຜັກອິນຊີຢູ່ແຂວງຊຽງຂວາງ, ສປປ ລາວ. ໂດຍເນື້ອໃນໄດ້ອະທິບາຍເຖິງສະພາບພູມອາກາດເຂດຮ້ອນຊຸ່ມຂອງທ້ອງຖິ່ນ ແລະ ກໍານົດວິທີການປັບປຸງຄວາມອຸດົມສົມບູນ ແລະ ໂຄງສ້າງຂອງດິນໂດຍການໃຊ້ຝຸ້ນບົ່ມຊີວະພາບ ແລະ ເສດພືດ, ການຈັດການສັດຕູພືດດ້ວຍການຕາກແດດ ແລະ ວິທີການລະບາຍນໍ້າ ແລະ ຄວາມຊຸ່ມທີ່ເໝາະສົມ. ເນື້ອໃນຍັງອະທິບາຍເຖິງເຕັກນິກການກະກຽມໜາກປຸກສອງແບບ, ການປັບປຸງດິນຕາມລະດູການ, ການຄຸມດິນເພື່ອກໍາຈັດວັດຊະພືດ ແລະ ຮັກສາຄວາມຊຸ່ມ ແລະ ການໃຫ້ນໍ້າທີ່ເໝາະກັບສະພາບລະດູການ. ຄູ່ມືດັ່ງກ່າວຍັງກວມເອົາການໃສ່ຝຸ່ນອິນຊີ, ການໝູນວຽນພືດເພື່ອຫຼຸດຜ່ອນສັດຕູພືດ ແລະ ພະຍາດ, ວິທີການຫວ່ານແນວພັນ ແລະ ການຍ້າຍກ້າ, ການປູກພືດລວມ ເພື່ອຄວາມຍືນຍົງ ແລະ ວິທີປະຕິບັດທີ່ດີທີ່ສຸດໃນການເກັບກ່ຽວເພື່ອຮັກສາຄວາມສົດຂອງຜັກ.
ເຕັກນິກການປູກຜັກແບບຍືນຍົງ
{post_terms_insight-type:plain}

{post_terms_insight-type:plain}






