ວິດີໂອນີ້ໄດ້ນຳສະເໜີເຖິງຄວາມສຳຄັນຂອງຄວາຍໃນການຮັກສາລະບົບນິເວດຂອງນາເຂົ້າ. ຢູ່ໃນວິດີໂອໄດ້ຍົກໃຫ້ເຫັນວ່າ ການເຮັດນາບໍ່ແມ່ນພຽງການຜະລິດເຂົ້າເທົ່ານັ້ນ ແຕ່ຍັງໃຫ້ສະບຽງອາຫານຫລາກຫລາຍເຊັ່ນ: ເຟືອງ, ປູ, ປາ, ກຸ້ງ, ຫອຍ, ກົບ, ຂຽດ. ຄວາຍມີບົດບາດສຳຄັນໃນການສ້າງສົມດຸນລະຫວ່າງລະບົບນິເວດ ແລະ ກິດຈະກຳກະສິກຳ. ຄວາຍມັກອາໄສຢູ່ໃກ້ນໍ້າ ແລະ ສ້າງບວກທີ່ມີນໍ້າຕະຫຼອດປີ ເຮັດໃຫ້ເປັນແຫຼ່ງທີ່ພັກອາໄສຂອງສັດນໍ້າຫລາຍຊະນິດ ແລະ ເປັນແຫຼ່ງອາຫານທີ່ສຳຄັນສຳລັບຄອບຄົວຊາວກະສິກອນ.
ຄວາຍກັບການຮັກສາລະບົບນິເວດໃນນາເຂົ້າ
{post_terms_insight-type:plain}






