
ເຕົາເຜົາອະເນກປະສົງ ຖ່ານຊີວະພາບ (Biochar) ແລະ ນ້ຳສົ້ມຄວັນໄມ້
ຊຸດຂໍ້ມູນນີ້ແມ່ນໄດ້ນຳສະເໜີ “ເຕົາເຜົາແບບອະເນກປະສົງ ຖ່ານຊີວະພາບ ແລະ ນ້ຳສົ້ມຄວັນໄມ້”, ເຊິ່ງເປັນການອອກແບບທີ່ສາມາດນຳໃຊ້ໄດ້ຈິງ ແລະ ມີປະສິດທິພາບ ທີ່ຊ່ວຍໃຫ້ກະສິກອນຂະໜາດນ້ອຍສາມາດຜະລິດທັງຖ່ານຊີວະພາບ ແລະ ນ້ຳສົ້ມຄວັນໄມ້ຈາກສິ່ງເສດເຫຼືອທາງກະສິກຳ. ໂດຍໄດ້ພັດທະນາຂຶ້ນທີ່ສູນຮຽນຮູ້ ECHO Asia ໃນຈັງຫວັດຊຽງໃໝ່, ປະເທດໄທ, ເຕົາເຜົານີ້ສາມາດສະໜັບສະໜູນການຈັດຕັ້ງປະຕິບັດກະສິກຳແບບຍືນຍົງ. ການລິເລີ່ມນີ້ເປັນສ່ວນໜຶ່ງຂອງກອງທຶນຂະໜາດນ້ອຍອາລິເຊຍ 2023, ເຊິ່ງມີຈຸດປະສົງເພື່ອເສີມສ້າງເຄືອຂ່າຍຜູ້ຜະລິດຖ່ານຊີວະພາບທົ່ວພາກພື້ນ.

Composting: Improving the perceptions and practices of ethnic minority farmers in Northern Vietnam’s mountainous regions
This practice brief describes an approach to drive the adoption of agroecological practices, including composting, by fostering farmers’ active engagement in problem analysis, decision-making, and collective action.

ຝົ່ນບົ່ມ ແລະ ນ້ຳສະກັດຊີວະພາບ
ເອກະສານແນະນໍາສະບັບນີ້ ໄດ້ໃຫ້ຄໍາແນະນໍາງ່າຍໆ ສໍາລັບການຜະລິດ ແລະ ການນໍາໃຊ້ນ່ຳສະກັດຊີວະພາບ ທີ່ສະກັດຈາກໃບໄມ້, ໝາກໄມ້, ແລະ ຫອຍ, ລວມທັງຝຸ່ນບົ່ມ. ເນື້ອໃນໄດ້ອະທິບາຍເຖິງສ່ວນປະກອບ, ຂັ້ນຕອນການກະກຽມ, ໄລຍະເວລາການໝັກ, ການເກັບຮັກສາ, ແລະ ການນໍາໃຊ້ ສໍາລັບໄລຍະການເຕີບໂຕຂອງພືດແຕ່ລະໄລຍະ ເພື່ອສົ່ງເສີມການເຮັດກະສິກຳທີ່ເປັນມິດກັບສິ່ງແວດລ້ອມ ແລະ ປອດສານເຄມີ.

ເຕັກນິກການຜະລິດສະໝູນໄພໄລ່ແມງໄມ້
ເອກະສານແນະນໍາເຫຼົ່ານີ້ ໄດ້ອະທິບາຍເຕັກນິກງ່າຍໆ ສໍາລັບການຜະລິດຜະລິດສະໝູນໄພໄລ່ແມງໄມ້ທໍາມະຊາດຈາກພືດທ້ອງຖິ່ນ ແລະ ວັດຖຸດິບໃນຄົວເຮືອນ. ເນື້ອໃນໄດ້ນໍາສະເໜີສູດສະໝຸນໄພຫຼາຍສູດ, ຂັ້ນຕອນການກະກຽມ, ແລະ ວິທີການນໍາໃຊ້ສໍາລັບປ້ອງກັນ ແລະ ກຳຈັດສັດຕູພືດປະເພດຕ່າງໆ. ຄູ່ມືດັ່ງກ່າວສົ່ງເສີມທາງເລືອກທີ່ປອດໄພ, ລາຄາຖືກ ແລະ ເປັນມິດກັບສິ່ງແວດລ້ອມ ແທນການໃຊ້ຢາປາບສັດຕູພືດສານເຄມີ ເພື່ອການເຮັດກະສິກຳທີ່ຍືນຍົງ.

ເຕັກນິກການປູກຜັກແບບຍືນຍົງ
ເອກະສານສະບັບນີ້ໄດນຳສະເໜີແນວທາງການຈັດຕັ້ງປະຕິບັດກ່ຽວກັບການປູກຜັກອິນຊີຢູ່ແຂວງຊຽງຂວາງ, ສປປ ລາວ. ໂດຍເນື້ອໃນໄດ້ອະທິບາຍເຖິງສະພາບພູມອາກາດເຂດຮ້ອນຊຸ່ມຂອງທ້ອງຖິ່ນ ແລະ ກໍານົດວິທີການປັບປຸງຄວາມອຸດົມສົມບູນ ແລະ ໂຄງສ້າງຂອງດິນໂດຍການໃຊ້ຝຸ້ນບົ່ມຊີວະພາບ ແລະ ເສດພືດ, ການຈັດການສັດຕູພືດດ້ວຍການຕາກແດດ ແລະ ວິທີການລະບາຍນໍ້າ ແລະ ຄວາມຊຸ່ມທີ່ເໝາະສົມ. ເນື້ອໃນຍັງອະທິບາຍເຖິງເຕັກນິກການກະກຽມໜາກປຸກສອງແບບ, ການປັບປຸງດິນຕາມລະດູການ, ການຄຸມດິນເພື່ອກໍາຈັດວັດຊະພືດ ແລະ ຮັກສາຄວາມຊຸ່ມ ແລະ ການໃຫ້ນໍ້າທີ່ເໝາະກັບສະພາບລະດູການ. ຄູ່ມືດັ່ງກ່າວຍັງກວມເອົາການໃສ່ຝຸ່ນອິນຊີ, ການໝູນວຽນພືດເພື່ອຫຼຸດຜ່ອນສັດຕູພືດ ແລະ ພະຍາດ, ວິທີການຫວ່ານແນວພັນ ແລະ ການຍ້າຍກ້າ, ການປູກພືດລວມ ເພື່ອຄວາມຍືນຍົງ ແລະ ວິທີປະຕິບັດທີ່ດີທີ່ສຸດໃນການເກັບກ່ຽວເພື່ອຮັກສາຄວາມສົດຂອງຜັກ.

ເຕົາເຜົາອະເນກປະສົງ ຖ່ານຊີວະພາບ (Biochar) ແລະ ນ້ຳສົ້ມຄວັນໄມ້
ຊຸດຂໍ້ມູນນີ້ແມ່ນໄດ້ນຳສະເໜີ “ເຕົາເຜົາແບບອະເນກປະສົງ ຖ່ານຊີວະພາບ ແລະ ນ້ຳສົ້ມຄວັນໄມ້”, ເຊິ່ງເປັນການອອກແບບທີ່ສາມາດນຳໃຊ້ໄດ້ຈິງ ແລະ ມີປະສິດທິພາບ ທີ່ຊ່ວຍໃຫ້ກະສິກອນຂະໜາດນ້ອຍສາມາດຜະລິດທັງຖ່ານຊີວະພາບ ແລະ ນ້ຳສົ້ມຄວັນໄມ້ຈາກສິ່ງເສດເຫຼືອທາງກະສິກຳ. ໂດຍໄດ້ພັດທະນາຂຶ້ນທີ່ສູນຮຽນຮູ້ ECHO Asia ໃນຈັງຫວັດຊຽງໃໝ່, ປະເທດໄທ, ເຕົາເຜົານີ້ສາມາດສະໜັບສະໜູນການຈັດຕັ້ງປະຕິບັດກະສິກຳແບບຍືນຍົງ. ການລິເລີ່ມນີ້ເປັນສ່ວນໜຶ່ງຂອງກອງທຶນຂະໜາດນ້ອຍອາລິເຊຍ 2023, ເຊິ່ງມີຈຸດປະສົງເພື່ອເສີມສ້າງເຄືອຂ່າຍຜູ້ຜະລິດຖ່ານຊີວະພາບທົ່ວພາກພື້ນ.

ແຜ່ນພັບດ້ານເຕັກນິກວິຊາການ: ຄູ່ມືຂັ້ນຕອນການລ້ຽງປາໃນນາເຂົ້າແບບຄົບວົງຈອນ
ແຜ່ນພັບດ້ານເຕັກນິກວິຊາການເດືອນຖູມີນາ 2025 ຂອງສູນພັດທະນາຊົນນະບົດ (RDA) ສະບັບນີ້ ແມ່ນຄູ່ມືທີ່ອະທິບາຍຂັ້ນລະອຽດກ່ຽວກັບການປູກເຂົ້າ-ລ້ຽງປາແບບປະສົມປະສານ, ໂດຍໄດ້ອະທິບາຍວິທີການກຽມພື້ນທີ່, ການເລືອກສາຍພັນເຂົ້າ ແລະ ປາທີ່ເໝາະສົມ, ການປ່ອຍປາ, ການໃຫ້ອາຫານ ແລະ ການບໍາລຸງຮັກສາ, ຜົນປະໂຫຍດ, ສິ່ງທ້າທາຍ ແລະ ຜົນໄດ້ຮັບຈາກການທົດລອງຕົວຈິງໃນໝູ່ບ້ານເປົ້າໝາຍ.









